ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຟີ​ລິບ​ປີນ ຈະ​ປະຈຳການ​ເພີ່ມ​ເຮືອບິນ​ເຮລີ​ກົບ​ແຕ T-129 ATAK

     ອີງ​ຕາມ​ລາຍ​ງານ​ຈາກ ເວັບ​ໄຊທ໌ adj.com.my ແຈ້ງ​ໃຫ້​ຮູ້​ໃນ ​ວັນ​ທີ 26 ທັນວາ 2023 ນີ້​ວ່າ: ກອງທັບ​ອາກາດ ​ຟີ​ລິບ​ປິນ
ຈະ​ປະຈຳການ​ເພີ່ມ​ເຮືອບິນ​ເຮລີ​ກົບ​ແຕ T-129 ATAK ເຊິ່ງເຮືອບິນລຸ້ນ​ໃໝ່​ຫຼ້າ​ສຸດທີ່​ຜະລິດ​ໂດຍ​ ຕຸ​ຣາ​ເກຍ. ເຮືອບິນ​ດັ່ງກ່າວ
​ແມ່ນ​ຖືກ​ຕິດ​ຕັ້ງ​ດ້ວຍ​ຣາ​ດາ​ກວດ​ຈັບ​ເປົ້າ​ໝາຍ​ທາງ​ອາກາດ​ຂອງ ຍີ່​ປຸ່ນ.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ເຮືອບິນ T-129 ຈຳນວນສອງລຳ ແມ່ນ​ມີ​ຕົ້ນ​ແບບ​ມາ​ຈາກເຮືອບິນ AgustaWestland A-129
Mangusta ໄດ້​ຖືກ​ສົ່ງ​ມອບ​ໃຫ້​ກອງທັບ​ອາກາດ​ຟີ​ລິບ​ປິນ ໃນ​ວັນ​ທີ 30 ພະຈິກ 2023 ທີ່​ຜ່ານ​ມາ, ເຊິ່ງ​ເຮືອບິນ​ຈຳນວນ​ດັ່ງ
ກ່າວ​ນີ້ແມ່ນ​ລວມ​ຢູ່​ໃນ​ມູນ​ຄ່າ​ສັນຍາ​ສັ່ງ​ຊື້​ເຮືອບິນ​ເຮລີ​ກົບ​ແຕ ທັງ​ໝົດ 6 ລຳ ທີ່​ລົງ​ນາມ​ກັນ​ລະຫວ່າງ ​ຟີ​ລິບ​ປິນ ແລະ ບໍ​ລິສັດ​ອຸດ
ສາຫະກຳ​ການບິນອະວະກາດ​ຕຸ​ຣະ​ເກຍ ໃນ​ວັນ​ທີ 20 ກໍລະກົດ 2020 ທີ່​ຜ່ານ​ມາ ເຊິ່ງ​ມີ​ມູນ​ຄ່າ 269 ລ້ານ​ໂດ​ລາ​ສະຫະລັດ.
ເຮືອບິນ​ເຮລີ​ກົບ​ແຕ T-129 ATAK ເປັນ​ເຮືອບິນ​ທີ່​ໃຊ້​ເຄື່ອງ​ຈັກ​ຄູ່, ປະຕິບັດ​ງານ​ໄດ້​ຫຼາຍໜ້າທີ່, ສາມາດ​ໂຈມ​ຕີ​ໄດ້​ໃນ​ທຸກ​ສະ
ພາບ​ອາກາດ.

     ນອກ​ນີ້ ຍັງ​ຕິດ​ຕັ້ງ​ດ້ວຍ​ອາວຸດ​ເຊັ່ນ: ປືນ​ໃຫຍ່​, ຈະ​ຫຼວດ, ລູກ​ສອນ​ໄຟ ແລະ ລະບົບ​ເຕັກ​ໂນ​ໂລ​ຊີ​ເຊັນ​ເຊີ້ ແລະ ການ​ເລັງ​ເປົ້າ​
ລະດັບ​ສູງ. T-129 ATAK ສາມາດ​ບິນ​ດ້ວຍ​ຄວາມ ​ໄວ 200 ກວ່າ​ກິໂລແມັດ​ຕໍ່​ຊົ່ວ ໂມງ ແລະ ບິນ​ໄດ້​ໄກ​ກວ່າ 400 ກິໂລແມັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/01/2024